ປະຫັວດຄວາມເປັນມາຂອງໂຄງການ

ປະຫັວດຄວາມເປັນມາ

ເຈົ້າຈະກັບບ້ານທຸກມື້້ເພື່ອຊົມວິວງາມໆແບບນີ້ ຫຼື ບໍ່ ?

ໃຫ້ບ້ານຈັດສັນວຽງວາດາເປັນສ່ວນໜຶ່ງຂອງທ່ານດ້ວຍວີວທີ່ສວຍງາມ,ສະຖານທີ່ເໝາະສົມແລະ ດີທີ່ສຸດໃນນະຄອນຫຼວງວຽງຈັນ. ເພີດເພີນໄປກັບຊຸມຊົນ ທີ່ໄດ້ຮັບການອອກແບບພິເສດພ້ອມສິ່ງອໍານວຍຄວາມສະດວກສະໄຕຣຣີສອດ,ໂດຍທີ່ທ່ານດຳລົງຊີວິດໃນໝູ່ບ້ານທີ່ມີເອກະລັກ ແລະ ທັນສະໄໝມິຄວາມສະດວກສະບາຍຊ່ວຍໃຫ້ທ່ານຜ່ອນຄາຍ,ສ້າງຄວາມເພີດເພີນໃຫ້ແຂກຜູ້ມາຢ້ຽມຢາມ ຫຼື ໃຊ້ຊີວິດແບບຫຼູຫຼາ ແລະ ດໍາລົງຊີວີດໃນແບບຂອງທ່ານ. ພວກເຮົາໄດ້ເລືອກເອົາສະຖານທີ່ແຫ່ງນີ້ເພາະວ່າມັນຫ່າງໄກຈາກສິ່ງລົບກວນແລະຄວາມວຸ້ນວາຍຈາກໃນເມືອງ ແຕ່ໃນເວລາດຽວກັນສະຖານທີ່ຕັ້ງແມ່ນມີຄວາມສະດວກສະບາຍເໝາະແກ່ການເປັນທີ່ຢູ່ອາໄສ. ທາງດ້ານໜ້າຂອງສະຖານທີ່ແມ່ນຕິດແມ່ນ້ຳຂອງເຊິ່ງມີນື້ອທີ່ກວ່າ 3 ເຮັກຕາ ຕັ້ງຢູ່ບ້ານ ໜອງດາ, ເມືອງ ສີໂຄດຕະບອງ. ໃຫ້ພວກເຮົາໄດ້ແນະນໍາໂດຍຜ່ານໜັງສືເຫຼັ້ມນີ້ເພື່ອໃຫ້ທ່ານໄດ້ຮູ້ຈັກກັບຄຸນສົມບັດ, ສິ່ງອຳນວຍຄວາມສະດວກ ແລະ ລັກສະນະຕ່າງໆ ແລະ ການເຮັດວຽກຂອງພວກເຮົາຈາກ ບ້ານຈັດສັນວຽງວາດາ

ເຊີນທ່ານມາຄົ້ນຫາປະສົບການແບບຣີສອດໃນການດໍາລົງຊີວິດໃນນະຄອນຫຼວງ

ປະຫັວດຄວາມເປັນມາຂອງໂຄງການ

ບ້ານຈັດສັນວຽງວາດາ ເປັນໂຄງການທີ່ໃຫ່ຍທີ່ສຸດໃນແຄມແມ່ນໍ້າຂອງທີ່ມີເອກະລັກສະເພາະໂຕ,ມີແຫ່ງດຽວໃນນະຄອນຫຼວງວຽງຈັນຊຶ່ງຈັດຢູ່ໃນຂົງເຂດທີ່ມີການພັດທະນາຢ່າງວ່ອງໄວ ແລະ ອ້ອມຮອບໄປດ້ວຍພື້ນທີ່ດ້ານກະສິກໍາ ແລະ ທີ່ຢູ່ອາໄສ.

ການພັດທະນາຄວາມໜາແໜ້ນລະດັບປານກາງ. ມີບ້ານທັງໝົດ 41 ຫຼັງເຊີ່ງຈະປະກອບດ້ວຍ 4 ແບບ ການອອກແບບທີ່ມີຄຸນນະພາບ ແລະ ມີຄຸນສົມບັດການນຳໃຊ້ພື້ນທີ່ເພື່ອຮັກສາສະພາບແວດລ້ອມ, ດີຕໍ່ສຸຂະພາບ ແລະ ຄວາມປອດໄພ. ເສັ້ນທາງເຂົ້າໂຄງການບ້ານແມ່ນຈະຜ່ານຂົວສອງເລນທີ່ເຊື່ອມຕໍ່ກັບຖະໜົນຫຼັກ. ຫລາຍກວ່າໜຶ່ງສ່ວນສາມຂອງ VMR ແມ່ນສະຫງວນໃຫ້ແກ່ພື້ນທີ່ ທີ່ກວ້າງຂວາງທີ່ຂຽວສົດງົດງາມ, ສະຖານທີ່ສ່ວນລວມ (ຜູ້ຢູ່ອາໄສໃນໝູ່ບ້ານວຽງວາດາ)ຕ່າງໆເຊັ່ນ: ສະລອຍນໍ້າ ແລະ ບ່ອນອອກກຳລັງກາຍ, ບ່ອນຂັບລົດ ແລະ ປະຕູຮັກສາຄວາມປອດໄພ.

ເຮືອນວິລາ 2 ຊັ້ນມີທັງໝົດ 4 ປະເພດຄື:
– Prima d’Or Villa (PO)
– Pavilion Villa (PA)
– Atrium Villa (AT)
– Mekong Breeze Villa (MB)

ສະໄຕຣ/ ເອກະລັກ

ການຕັດສິນໃຈໃນການອອກແບບບ້ານໄດ້ມີແຮງບັນດານໃຈຈາກໄອເດຍການສ້າງໃຫ້ມີປະສິດທິພາບ ແລະ ການນໍາໃຊ້ທີ່ດິນໃຫ້ເກີດປະໂຫຍດສູງສຸດ. ມີການເອົາໃຈໃສ່ໃນວິວັດທະນາການລົດສະນິຍົມແບບທ້ອງຖິ່ນ ຮູບລັກສະນະແບບພາຍໃນ ແລະ ແບບລັກສະນະຕ່າງໆທີ່ມີໄລຍະສັ້ນ ແລະ ໄລຍະກາງຕາມກົນໄກຕະຫຼາດສາກົນ. ສິ່ງທີ່ໂດດເດັ່ນໃນເວລາທີ່ທ່ານໄປຢ້ຽມຢາມ ບ້ານຈັດສັນວຽງວາດາ ແມ່ນການຕັ້ງຄ່າພື້ນທີ່ຂອງໂຄງການສະຖາປັດຕະຍະກຳ. ບ້ານແຕ່ລະຫຼັງແມ່ນມີຄວາມເປັນສ່ວນຕົວສູງ ແລະ ຄວາມເປັນສ່ວນຕົວທີ່ປະສົມປະສານກັບພືດພັນທີ່ຫຼາກຫຼາຍໃນເຂດຮ້ອນ.ການອອກແບບເສັ້ນທາງຍ່າງແລະການວາງບ້ານແມ່ນເປັນຈຸດໃຈກາງໃນບໍລິເວນສວນສາທາລະນະພາຍໃນ ແລະ ຮູບແບບສະຖານທີ່ພັກຜ່ອນຊ່ວຍໃຫ້ຫຼຸດຜ່ອນຄວາມໄວຂອງລົດ ແລະ ປອດໄພກັບຄົນຍ່າງ.

ຄວາມເປັນສ່ວນຕົວ

ບ້ານໄດ້ສະທ້ອນເຖິງບຸກຄະລິກຂອງເຈົ້າຂອງບ້ານ. ພວກເຮົາເຂົ້າໃຈຢ່າງລຶກເຊຶ້ງເຖິງຄວາມສຳຄັນຂອງການມີບ້ານທີ່ເໝາະສົມກັບບຸກຂະລິກຂອງທ່ານ ແລະ ພວກເຮົາມີການເລືອກການປັບແຕ່ງບ້ານໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານ. ຜູ້ຊື້ສາມາດປັບປ່ຽນວິນລາຂອງຕົນເອງໄດ້ໂດຍເລືອກວັດສະດຸສໍາຫຼັບການຕົກແຕ່ງພາຍໃນ. ພື້ນທີ່ໃຊ້ສ້ອຍອ້ອມຮອບວິນລາໄດ້ (ຍົກເວັ້ນວິນລາ Prima d’Or ) ເຊິ່ງລວມເຖິງການຕົກແຕ່ງພື້ນທີ່ເຂດນອກ ແລະ ສາມາດສ້າງສະລອຍນໍ້າສ່ວນໂຕໄດ້. ສວນຂະໜາດນ້ອຍທີ່ມີລັກສະນະເປັນສັນຍາລັກຂອງປະຕູເຂົ້າໄປທາງໃນຂອງແຕ່ລະເຂດ ໂຊນສ່ວນຕົວທີ່ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ທີ່ສວຍງາມປະດັບອ້ອມ.

ປະຫັວດກ່ຽວກັບສະຖາປານິກ

ບ້ານຈັດສັນວຽງວາດາໄດ້ຖືກອອກແບບໂດຍນັກສະຖາປານິກທີ່ມີຊື່ສຽງ ໂດຍ ທ່ານ ສົມພອນສັກ ພະຍຸພອນນາ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການບໍລິສັດ Saola Architects Sole Co., LTD. ນັກສະຖາປານິກຈາກລາວ ແລະ ສະວິດເຊີແລນ ກໍຄືທ່ານ ສົມພອນສັກ ພາຍຸພອນນາ ທີ່ມີຄວາມຮູ້ ແລະ ປະສົບການກ່ຽວກັບການອອກແບບວາງແຜນ, ແລະ ການປະຕິບັດໂຄງການຕົວເມືອງ, ສະຖາປັດຕະຍະກຳ ແລະ ພູມສັນຖານໂດຍສະເພາະ. ຜົນງານຂອງເພິ່ນ ໄດ້ຖືກເຜີຍແຜ່ໃນວາລະສານອອກແບບຮູບແບບການດຳລົງຊີວິດ ແລະ ສະຖາປັດຕະຍະກຳ ໃນທົ່ວໂລກ (ເຟສບຸກ: Saola Architects Vientiane) ພວກເຮົາມີຄວາມປິຕິຍິນດີຢ່າງຍິ່ງທີ່ໄດ້ຮ່ວມງານກັບທີມ Saola ແລະ ພວກເຮົາຫັວງຢ່າງຍິ່ງວ່າຈະໄດ້ຮັບໃຊ້ທ່ານໃນການອອກແບບບ້ານໃຫ້ກົງກັບຄວາມຕ້ອງການຂອງທ່ານຫຼາຍທີ່ສຸດ. ບ້ານຈັດສັນວຽງວາດາຈັດສະແດງສະໄຕຣບວກກັບຄວາມທັນສະໄໝທີ່ເໝາະສົມລົງຕົວກັບທ້ອງຖິ່ນກັບເຮືອນວິນລາ 2 ຊັ້ນທີ່ປະກອບດ້ວຍ 3 – 4 ຫ້ອງນອນ. ນອກຈາກທີມງານດ້ານສະຖາປັດຕະຍະກໍາແລ້ວພວກເຮົາຍັງໄດ້ເລືອກເອົາຜູ້ຮັບເໝົາກໍ່ສ້າງທີ່ມີຄວາມສາມາດຫຼາຍທີ່ສຸດໃນພາກສະໜາມເພື່ອໃຫ້ໝັ້ນໃຈວ່າບ້ານວິນລາມີມາດຕະຖານການກໍ່ສ້າງລະດັບສາກົນ,ການຕິດຕັ້ງເຄື່ອງໃຊ້ໄຟຟ້າ ແລະ ການຕົບແຕ່ງ. ແຜນການກໍ່ສ້າງປະກອບດ້ວຍ ສາມໄລຍະຕິດຕໍ່ກັນເພື່ອຫຼີກຫຼ່ຽງການລົບກວນທີ່ຢູ່ອາໄສກ່ອນໜ້ານີ້