
ສິ່ງອໍານວຍຄວາມສະດວກຕ່າງໆ
ບ້ານຈັດສັນວຽງວາດາມີສິ່ງອໍານວຍຄວາມສະດວກຕ່າງໆທີ່ເປັນເອກະລັກສະເພາະໂດຍສະເພາະແມ່ນບັນຍາກາດ, ການພົວພັນ, ການພົບປະເຮັດໃຫ້ເກີດມິດຕະພາບໃໝ່ເກີດຂຶ້ນເຕີມເຕັມດ້ວການອອກກໍາລັງກາຍໃນຊີວິດປະຈໍາວັນຂອງທ່ານໃນສູນອອກກໍາລັງກາຍທີ່ທັນສະໄໝທີ່ສຸດ ຫຼື ທີ່ສະລອຍນໍ້າຂະໜາດໃຫ່ຍ ທີ່ມີຄາເຟ່ລວມຢູ່ໃນທີ່ດຽວກັນ.
ສະລອຍນໍ້າຂະໜາດໃຫ່ຍ
ສະລອຍນໍ້າຂະໜາດໃຫ່ຍທີ່ຕັ້ງຢູ່ຈຸດໃຈກາງທີ່ເຫັນວິວງາມທີ່ສຸດທີ່ທ່ານຈະໄດ້ສໍາຜັດ ແລະ ເພີດເພີນກັບການພັກຜ່ອນ.
ຄາເຟ່
ທ່ານບໍ່ຈໍາເປັນຕ້ອງຮີບຮ້ອນໃນການນັ່ງດື່ມກາເຟ ຫຼື ຂອງຫ່ວາງ, ຄາເຟຂອງພວກເຮົາສາມາດຕອບໂຈດຄວາມຕ້ອງການຂອງທ່ານໄດ້ຕາມທີ່ທ່ານປາດຖະໜາ.
ສູນອອກກໍາລັງກາຍ
ເພີດເພີນໄປກັບຄວາມສະດວກສະບາຍໃນຫ້ອງອອກກຳລັງກາຍທີ່ມີຄວາມພ້ອມເຕັມທີ່ໃນສະຖານທີ່ ແລະ ປະຫຍັດເວລາໃນການເດີນທາງເພື່ອຮັບປະກັນວ່າທ່ານໄດ້ອອກກຳລັງກາຍຕາມ ເປົ້າໝາຍທຸກໆມື້.
ພື້ນທີ່ສີຂຽວ
ສະຖານທີ່ທີ່ເຕັມໄປດ້ວຍພື້ນທີ່ສີຂຽວອ້ອມຮອບຕົວທ່ານ,ເຊີ່ງທ່ານບໍ່ຈໍາເປັນຕ້ອງຂັບລົດເພື່ອທີ່ຈະເດີນທາງໄປກິນເຂົ້າປ່າ, ເມືອສະຖານທີ່ແຫ່ງນີ້ແມ່ນມີຢູ່ໃນບ້ານຂອງທ່ານແລ້ວ. ເພີດເພີນໄປກັບທິວທັດຈາກລະບຽງບ້ານຂອງທ່ານ(ເຫັນວິວປະເທດເພືອນບ້ານ)ຫຼືຈັດແຈງອາຫານເພື່ອແຕ່ງກິນໃນເຮືອນຫລັງບ້ານຂອງທ່ານ.
ຍາມຮັກສາຄວາມປອດໄພຕະຫຼອດ24/7
ການຮັບປະກັນການດໍາລົງຊີວິດແລະຄວາມປອດໄພຢູ່ VMR ແມ່ນບູລິມະສິດທີ່ດີທີ່ສຸດຂອງພວກເຮົາ ແລະ ໄດ້ຢູ່ໃນແຜນການຂອງພວກເຮົາຕັ້ງແຕ່ເລີ່ມຕົ້ນ. ດ້ວຍການລວມເອົາຄວາມປອດໄພນອກເໜືອຈາກການຮັກສາຄວາມປອດໄພ, ພວກເຮົາກໍ່ມີກ້ອງ ແລະ ຄຸນສົມບັດໃນການເຂົ້າເຖິງຄວາມປອດໄພເພື່ອໃຫ້ທ່ານໃຊ້ຊີວິດ, ບໍ່ມີຂໍ້ຈໍາກັດ.
Wi-Fi
ພວກເຮົາເຂົ້າໃຈເຖິງຄວາມສຳຄັນຂອງການເຊື່ອມຕໍ່ແລະໄດ້ວາງແຜນອອກສະຖານີ Wi-Fi ທົ່ວທູກພື້ນທີ່ ເພື່ອໃຫ້ທ່ານສະດວກໃນການຕິດຕໍ່ຕະຫຼອດເວລາ.
ສວນ
ການດໍາລົງຊີວິດໃນໝູ່ບ້ານທີ່ມີມີເອກະລັກຄ້າຍຄືຣີສອດຊ່ວຍໃຫ້ທ່ານບໍ່ຕ້ອງກັງວົນກ່ຽວກັບການບໍາລຸງຮັກສາ. ກັບບ້ານພັກຜ່ອນຫຼີກຫຼ່ຽງຈາກຄວາມວຸ້ນວາຍ ແລະ ໝົດກັງວົນ. ເລີ່ມຕົ້ນມື້ໃໝ່ກັບສີ່ງອໍານວຍຄວາມສະດວກໃຫ້ແກ່ທ່ານ.
ການເກັບມ້ຽນຂີ້ເຫື້ອຍ
ບໍ່ຈຳເປັນຕ້ອງເສຍເວລາໝົດມື້ຂອງທ່ານຫຼືມອບວຽກ “ ການເກັບມ້ຽນຂີ້ເຫຍື້ອ” ໃຫ້ໃຜຮັບຜິດຊອບ ພວກເຮົາມີພະນັກງານສະເພາະທີ່ຈະຊ່ວຍທ່ານໃຫ້ທັນເວລາ ແລະ ມີປະສິດທິພາບ.