ບ້ານ

ພວກເຮົາຂໍສະເໜີແບບບ້ານວິນລາ2ຊັ້ນທີ່ມີເຖິງ4ແບບ, ເຊິ່ງແຕ່ລະວິວລາມີເອກະລັກ ແລະ ແບບສະເພາະຕົວ.

Mekong Breeze Villa

Mekong Breeze Villa ເປັນບ້ານທີ່ດີທີ່ສຸດຂອງການພັດທະນາທີ່ຢູ່ອາໃສອອກແບບສະເພາະໃນເອກະລັກທີ່ທັນສະໄໝ ແລະ ຕັ້ງຢູ່ແຄມແມ່ນໍ້າຂອງທີ່ແຕກຕ່າງກັນ. ບ້ານປະກອບມີ ສີ່ຫ້ອງນອນ, ແຕ່ລະຫ້ອງມີຫ້ອງນ້ຳໃນຕົວ, ຫ້ອງນອນໃຫຍ່ມີຕູ້ເສື້ອຜ້າ ແລະ ມີພື້ນທີ່ກວ້າງຂວາງ, ນອກນີ້ແລ້ວຍັງຈະໄດ້ເຫັນວິວງາມໆຈາກແມ່ນ້ຳຂອງແລະວິວປະເທດເພືອນບ້ານທີ່ມີຄວາມຫຽງບສະຫົງບ.

Atrium Villa

 

Atrium Villa ບ້ານຫລັງໃຫຍ່ ແລະ ກວ້າງຂວາງກວ່າໝູ່ໝົດ ມາພ້ອມເນື້ອທີ່ 424 ຕາແມັດ,ບ້ານຫຼັງນີ້ປະກອບມີພື້ນທີ່ໃຊ້ສອຍທີ່ກວ້າງຂວາງ ແລະ ສະດວກສະບາຍ ລວມມີ ຫ້າຫ້ອງນອນແລະມີຫ້ອງນ້ຳໃນຕົວ. ຫ້ອງນອນແບ່ງເປັນ ສອງ ຫ້ອງນອນໃຫຍ່ ແລະ ສາມ ຫ້ອງນ້ອຍ ທຸກຫ້ອງມີຫ້ອງນໍ້າໃນຕົວທີ່ພ້ອມອຳນວຍຄວາມສະດວກສະບາຍ. ຫ້ອງນອນສາມາດປັບປ່ຽນເປັນຫ້ອງອ່ານໜັງສື ຫຼື ຫ້ອງນັ່ງຫຼິ້ນໄດ້ຢ່າງສະບາຍ. ດ້ານລຸ່ມມີຫ້ອງໂຖງທີ່ກວ້າງຂວາງໄວ້ນັ່ງຫຼີ້ນ, ຫ້ອງຄົວຈັດແບ່ງອອກເປັນ ສອງລະບົບ ມີທັງເຮືອນຄົວກິນແບບລາວ ແລະ ເຮືອນຄົວແບບທັນສະໄໝ.

Pavilion Villa

 

Pavilion Villa ເຮືອນວິນລາຂະໜາດ 264 ຕາແມັດ ພາຍໃນເຮືອນປະກອບດ້ວຍ ສາມ ຫ້ອງນອນພ້ອມຫ້ອງນ້ຳໃນຕົວ,ມີພື້ນທີ່ໃຊ້ສອຍທີ່ກ້ວາງຂວາງ,ມີພັກຜ່ອນສ່ວນຕົວໃນສວນຫຍ້າສີຂຽວ.

Prima d’Or Villa

Prima d’Or Villa (PO) Front View

 

Prima d’Or Villa ມີເນື້ອທີ່ທັງໝົດ 132 ຕາແມັດ ມີສີ່ງອໍານວຍຄວາມສະດວກທີ່ຫຼູຫຼາທັງໝົດປະກອບມີ ສາມ ຫ້ອງນອນພ້ອມສິ່ງອໍານວຍຄວາມສະດວກທົ່ວໄປເຊັ່ນ: ສະລອຍນໍ້າຂະໜາດໃຫ່ຍທີ່ຕິດກັບແຄມແມ່ນໍ້າຂອງ ແລະ ທິວທັດທີ່ສວຍງາມ, ຫ້ອງນອນ ແລະ ຫ້ອງນໍ້າສາມາດປັບປ່ຽນໄດ້ເປັນຫ້ອງໜັງສື ຂຶ້ນຢູ່ກັບຄວາມຕ້ອງການຂອງທ່ານ.