
ແຜນຫຼັກ
ບ້ານຈັດສັນວຽງວາດາເປັນການພັດທະນາສະຕາຍຣຣີສອດພ້ອມດ້ວຍມົນສະເໜ່ເອກະລັກຂອງຕົນເອງທີ່ຖືກອອກແບບມາເພື່ອການດໍາລົງຊີວິດແບບລຽບງ່າຍແບບລາວ ແລະ ພັກຜ່ອນໄປກັບສະຖາປັດຕະຍະກໍາທີ່ສວຍງາມ. ແຜນຫຼັກຂອງພວກເຮົາແບ່ງອອກເປັນ 3 ຂັ້ນຕອນໃນການກໍ່ສ້າງເພື່ອອໍານວນຄວາມສະດວກໃນການປ່ຽນຜູ້ຢູ່ອາໃສຕາມແຜນການທີ່ວາງເອົາໃວ້ກັບໄລຍະທີ່ 1 ທີ່ຈະມີການເປີດຕົວ, ເປີດໃຫ້ຈັບຈອງ, ຖັດຈາກໄລຍະທີ່ 2 ແລະ ໄລຍະທີ່ 3.
ບ້ານວິວລາມີທັງໝົດມີ 4 ແບບໃຫ້ທ່ານໄດ້ເລືອກເພື່ອສະທ້ອນເຖິງບຸກຂະລິກຂອງທ່ານ
1. Prima d’Or Villa (PO) –ບ້ານໃນຝັນ.
2. Pavilion Villa (PA) –ບ້ານທີປະສົມປະສານກັບທໍາມະຊາດສີຂຽວຢ່າງລົງໂຕ.
3. Atrium Villa (AT) –ການດໍາລົງຊີວິດທີ່ມີລະດັບ.
4. Mekong Breeze Villa (MB) – ຄວາມຫຼູຫຼາທີ່ມາພ້ອມກັບວິວທີ່ງົດງາມ.
ການຈັດສະແດງຂອງບ້ານຈັດສັນວິວລາແມ່ນໄດ້ສະແດງງອອກໃນແຜນແມ່ບົດ. ບ້ານຈັດສັນວິວລາແຕ່ລະບ້ານຈະມີສິ່ງອໍານວຍຄວາມສະດວກທີ່ຫຼາກຫຼາຍເຊັ່ນ: ຄາເຟ່,ສະໂມສອນ,ສະລອຍນໍ້າ,ພື້ນທີ່ທໍາມະຊາດທີ່ມີສີຂຽວປົກຄຸມຢ່າງກ້ວາງຂວາງ ແລະ ພື້ນທີ່ທໍາມະຊາດຈາກແຄມແມ່ນໍ້າຂອງຫຼາຍກ່ວາ 140 ແມັດສາມາດເບິ່ງຜ່ານໄດ້ຈາກຝັ່ງລາວ(ເຫັນວິວປະເທດເພືອນບ້ານ), ທີ່ປະກອບມີສະລອຍນໍ້າ, ຫ້ອງອອກກໍາລັງກາຍແບບພາໂນລາມິກ.
ລາຄາທີ່ສະເໜີຂາຍໄປນັ້ນລວມມີບ້ານ ແລະ ທີ່ດິນ ລວມເຖິງການນໍາໃຊ້ພື້ນທີ່ຮ່ວມກັນດ້ານສາທາລະນະ ແລະ ສີ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ສະຖານທີ່ແຄມແມ່ນໍ້າຂອງ, ສະລອຍນໍ້າ, ສະໂມສອນ ຫຼື ຄາເຟ່, ບ່ອນຈອດລົດຂະໜາດໃຫ່ຍຢູ່ດ້ານໜ້າທາງເຂົ້າ, ການລະບາຍນໍ້າເປື້ອນ ແລະ ໄຟຟ້າໃຕ້ດິນ.
ຜູ້ຢູ່ອາໄສຈະຕ້ອງເສຍຄ່າທຳນຽມບໍລິການປະຈຳເດືອນ, ຄິດໄລ່ບົນພື້ນຖານຕົ້ນທຶນຕົວຈິງ, ເພື່ອກວມເອົາການປະຕິບັດງານທີ່ຕິດພັນກັບພື້ນທີ່ທົ່ວໄປເຊັ່ນ: ການບົວລະບັດຮັກສາ, ການເຮັດສວນ, ຄວາມສະອາດ ແລະ ການເກັບຂີ້ເຫຍື້ອ, ການຮັກສາຄວາມປອດໄພ 24/7, Wi-Fi ແລະ ການຄຸ້ມຄອງຢູ່ໃນສະຖານທີ່.
ຈໍານວນບ້ານທັງໝົດມີ 41 ຫຼັງ
Prima d’Or Villa (PO)ມີ 14 ຫຼັງ
Pavilion Villa (PA) ມີ 12 ຫຼັງ
Atrium Villa (AT) ມີ 08 ຫຼັງ
Mekong Breeze Villa (MB)ມີ 07 ຫຼັງ
ເນື້ອທີ່ທັງໝົດ: 33,464,14 ຕາແມັດ
ເນື້ອທີ່ສ່ວນຕົວ: 17,976.31 ຕາແມັດ
ເນື້ອທີ່ສາທາລະນະ: 15,487.83 ຕາແມັດ
