Atrium Villa

Atrium Villa ບ້ານຫລັງໃຫຍ່ ແລະ ກວ້າງຂວາງກວ່າໝູ່ໝົດ ມາພ້ອມເນື້ອທີ່ 424 ຕາແມັດ,ບ້ານຫຼັງນີ້ປະກອບມີພື້ນທີ່ໃຊ້ສອຍທີ່ກວ້າງຂວາງ ແລະ ສະດວກສະບາຍ ລວມມີ ຫ້າຫ້ອງນອນແລະມີຫ້ອງນ້ຳໃນຕົວ. ຫ້ອງນອນແບ່ງເປັນ ສອງ ຫ້ອງນອນໃຫຍ່ ແລະ ສາມ ຫ້ອງນ້ອຍ ທຸກຫ້ອງມີຫ້ອງນໍ້າໃນຕົວທີ່ພ້ອມອຳນວຍຄວາມສະດວກສະບາຍ. ຫ້ອງນອນສາມາດປັບປ່ຽນເປັນຫ້ອງອ່ານໜັງສື ຫຼື ຫ້ອງນັ່ງຫຼິ້ນໄດ້ຢ່າງສະບາຍ. ດ້ານລຸ່ມມີຫ້ອງໂຖງທີ່ກວ້າງຂວາງໄວ້ນັ່ງຫຼີ້ນ, ຫ້ອງຄົວຈັດແບ່ງອອກເປັນ ສອງລະບົບ ມີທັງເຮືອນຄົວກິນແບບລາວ ແລະ ເຮືອນຄົວແບບທັນສະໄໝ

ໄລຍະທີ່1ແມ່ນຈະສ້າງບ້ານ Atrium Villa ພຽງ ສາມ ຫຼັງເທົ່ານັ້ນ.

ຊັ້ນ ໜຶ່ງ ປະກອບດ້ວຍ:

- ຫ້ອງນັ່ງຫຼິ້ນ.
- ຫ້ອງຜັກຜ່ອນຄອບຄົວ.
- ຫ້ອງກິນເຂົ້າ.
- ບ່ອນນັ່ງຫຼິ້ນ.
- ໜຶ່ງຫ້ອງນອນມີຫ້ອງນໍ້າໃນຕົວ.
- ຫ້ອງຄົວຈະມີສອງແບບຄື: ແບບປະຍຸກ ແລະ ແບບຊົງລາວ(ສໍາຫຼັບເຮືອນຄົວນີ້ຈະມີຫ້ອງສໍາຫຼັບຈັດເກັບເຄື່ອງສະເພາະເພື່ອຄວາມສະດວກໃນການໃຊ້ງານ
- ຫ້ອງເກັບມ້ຽນເຄື່ອງໃຊ້.
- ຫ້ອງເກັບມ້ຽນອາຫານ.
- ຫ້ອງແມ່ບ້ານທີ່ມີຫ້ອງນໍ້າໃນຕົວ.
- ຫ້ອງນໍ້າແຂກ.
- ພຶ້ນທີ່ໃຊ້ຊອຍດ້ານນອກ.

 ຊັ້ນ ສອງປະກອບດ້ວຍ:

  • ສີ່ຫ້ອງນອນ
    - ສີ່ຫ້ອງນ້ຳ
    - ຕູ້ເສື້ອຜ້າ
    - ຫ້ອງນັ່ງຫຼິ້ນ.

ແຜນການກະກຽມພື້ນ

ຮູບພາບ